ผู้ใช้:SEESOUK/ทดลองเขียน

จากวิกิพีเดีย สารานุกรมเสรี


ສີສຸກ ສຸວັນນະຜ່ອງໃສ SEESOUK SOUVANNAPHONGSAY[แก้]

ສີສຸກ ສຸວັນນະຜ່ອງໃສ ຕອນຖືກເຊິນໄປແນະນຳການສ້າງສາລະຄະດີໃຫ້ກັບນັກສຶກສາ ຄະນະສື່ສານມວນຊົນ, ມະຫາວິທະຍາໄລແຫ່ງຊາດ.
ไฟล์:ຄິດບວກ ຊີວິດບວກ Positive Thinking Positive Life.jpg
ປຶ້ມຄິດບວກ ຊີວິດບວກ Positive Thinking Positive Life
ไฟล์:ເພື່ອຄວາມຮູ້ແຈ້ງ - ສີສຸກ ສຸວັນນະຜ່ອງໃສ.jpg
ປຶ້ມເພື່ອຄວາມຮູ້ແຈ້ງ/ ສີສຸກ ສຸວັນນະຜ່ອງໃສ
ไฟล์:ຂໍລິຂິດ ຊີວິດຕົນເອງ Destine the life .jpg
ປຶ້ມ ຂໍລິຂິດ ຊີວິດຕົນເອງ Destine the life / ສີສຸກ ສຸວັນນະຜ່ອງໃສ


  • ຊີວິດ ແລະຜົນງານທີ່ຜ່ານມາ

**ຊີວິດ

ສີສຸກ ສຸວັນນະຜ່ອງໃສ ຊື່ຫຼິ້ນ ສຸກ ເກີດເມື່ອ ເດືອນ 2 (ກຸມພາ) 1995 (ວັນທີເກີດບິດາ ແລະມານດາຈື່ບໍ່ໄດ້ ຈຶ່ງນຳກົດເອົາວັນທີ 17 ກຸມມາ 1995 ເປັນວັນເກີດ). ເກີດທີ່ບ້ານດອນຊຽງຫຼ້າ, ເມືອງຈຳປາສັກ, ແຂວງຈຳປາສັກ ເປັນລູກຄົນທີ 8 ຂອງຄອບຄົວ ໂດຍຄອບຄົວມີທັງໝົດລວມພໍ່ແມ່ເປັນ 11 ຄົນ(ມໍລະນະກຳໜຶ່ງຄົນຜູ້ເປັນອ້າຍຕິດກັບສີສຸກ), ພໍ່ຊື່ວ່າ ບຸນ ສຸວັນນະຜ່ອງໃສ, ແມ່ຊື່ວ່າ ດວງ ສຸວັນນະຜ່ອງໃສ. ລູກຄົນທີ 1 : ທ້າວ ນັກ ສຸວັນນະຜ່ອງໃສ, 2. ທ້າວ ຍືນ ສຸວັນນະຜ່ອງໃສ, 3. ນາງ ຫຼ້າ ສຸວັນນະຜ່ອງໃສ. 4. ທ້າວ ຫຼ່ຽວເພັດ ສຸວັນນະຜ່ອງໃສ, 5. ນາງ ພອນໃສ ສຸວັນນະຜ່ອງໃສ, 6, ນາງ ແຕັດ ສຸວັນນະຜ່ອງໃສ, 7. ນາງ ມຸກໃສ ສຸວັນນະຜ່ອງໃສ, 8. ທ້າວ ສີສຸກ ສຸວັນນະຜ່ອງໃສ, 9. ທ້າວ ພອນສັກ ສຸວັນນະຜ່ອງໃສ.

ສີສຸກ ສຸວັນນະຜ່ອງໃສ ໄດ້ຮັບການສຶກສາເມື່ອອາຍຸ 7 ປີ ໂດຍຮຽນ ປ1, ແຕ່ເພາະຂາດໂຮງຮຽນຢູ່ຕະຫຼອດຈຶ່ງເລື່ອນຫ້ອງເກືຶອບ 3 ປີ ຈຶ່ງໄດ້ຮຽນຈົບ ປ1. ໃນຂະນະທີ່ຮຽນຢູ່ ປ2 ໄດ້ເຂົາໄປເປັນສັງກະລີວັດ ຈົນມາຮຽນມາຮອດ ປ3 ຜູ້ເປັນອ້າຍຊື່ ຫຼ່ຽມເພັດ ທີ່ບວດເປັນຄູບາ ຫຼືພຣະໃນຂະນະນັ້ນໄດ້ຂໍໃຫ້ໄປບວດຮຽນນຳທີ່ວັດຫຼວງ-ປາກເຊ, ເມືອງປາກເຊ. ຈຶ່ງໄດ້ເຂົ້າບວດຄັ້ງທຳອິດເມື່ອປີ 2007. ຕໍ່ຈາກນັ້ນມາພໍປີ 2008 ຈຶ່ງໄດ້ຂໍລາສິກຂາ ແຕ່ກໍຕ້ອງກັບມາ່ບວດອີກຄັ້ງຫຼັງຈາກສິກໄປພຽງ 1-2 ເດືອນ ໃນປີ 2008 ກ່ອນເຂົ້າພັນສາທີ່ວັດຫຼວງປາກເຊເຊັ່ນເດີມ.

ມາເຖິງປີ 2009 ອ້າຍໄດ້ສົ່ງຕົວໄປຮຽນທີ່ບ້ານດອນຕະຫຼາດ, ວັດດອນຕະຫຼາດ, ເມືອງຈຳປາສັກ, ແຂວງຈຳປາສັກ ເຂົ້າຮຽນຢູ່ໃນຊັ້ນ ມ1, ຮຽນຢູ່ທີ່ນັ້ນຈົນຈົບມັດທະຍົມຕົ້ນ(ມ4) ໃນປີ 2012 ເມື່ອຈົບແລ້ວກໍໄດ້ຍ້າຍໄປຮຽນທີ່ມັດທະຍົມຕອນປາຍສົງທ່າຫີນ, ເມືອງປາກເຊ, ແຂວງຈຳປາສັກ ໂດຍພັກອາໄສຢູ່ທີ່ວັດຫຼວງ-ປາກເຊ, ເມື່ອໄດ້ສຶກສາຕໍ່ມ5-ມ6 ຈຶ່ງໄດ້ຍ້າຍໄປຮຽນຕໍ່ມ7 ທີ່ມັດທະຍົມສົມບູນສົງດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ພັກອາໄສຢູ່ທີ່ວັດພຣະທາດຫຼວງເໜືອ ໂດຍໃຫ້ການເບິ່ງແຍງໂດຍ ພຣະອາຈານ ພູມິນ ໄຊຍະຈັກ ແລະຮຽນຕໍ່ຈົນເຖິງປັດຈຸບັນ(2019) ຮຽນທີ່ວິທະຍາໄລສຸດສະກະ ເພື່ອການບໍລິການ ແລະເທັກໂນໂລຢີ, ສາຂາ ນິເທດສາດປີ3.

**ຜົນງານທີ່ຜ່ານມາ

ເປັນນັກຂຽນໜຸ່ມທີ່ຂຽນປຶ້ມມາແລ້ວ 3 ຫົວ ຄື: 1. ຄິດບວກ ຊີວິດບວກ Positive Thinking Positive Life ເປັນປຶ້ມແນວພັດທະນາຄວາມຄິດໃນທາງບວກ, ການເບິ່ງບວກໃນທາງທີ່ດີ ແລະສ້າງສັນ, ຈັດພິມຂຶ້ນປີ 2016. 2. ເພື່ອຄວາມຮູ້ແຈ້ງ ເປັນປຶ້ມທຳມະ ທີ່ພິມແຈກໃນໄລຍະກ່ອນບວດເປັນພຣະ ຫຼືອຸປະສົມບົດຂອງພຣະ ສີສຸກ ສຸວັນນະຜ່ອງໃສ. ຈັດພິມໃນປີ 2017. 3. ຂໍລິຂິດ ຊີວິດຕົນເອງ Destine the life ເປັນປຶ້ມແນວພັດທະນາຕົນເອງ ໃນການວາງເປົ້າໝາຍ, ການພັດທະນາຄວາມຄິດ, ຄວາມກ້າໃນການສະແດງອອກ ໂດຍຈັດພິມໃນຕົ້ນປີ 2018.

ສ່ວນຜົນງານດ້ານອື່ນໆກໍປະກົດໃຫ້ເຫັນເປັນງານອອກແບບສິ່ງພິມເປັນສ່ວນຫຼາຍ ເຊັ່ນປຶ້ມ, ວາລະສານ, ລາຍລາວ ແລະອື່ນໆ. ນອກນັ້ນຍັງເປັນພຣະອາສາໃນໂຄງການເມດຕາທຳ ເພື່ອລົງເຄື່ອນໄຫວວຽກງານດ້ານການເຜີຍແພ່ສີລະທຳ ໃຫ້ກັບເຍົາວະຊົນ ແລະຊາວໜຸ່ມຕາມໂຮງຮຽນ ແລະ ສະຖາບັນຕ່າງ ທັງໃນແບບການສອນ ແລະການບັນຍາຍ.